You are on page 1of 7

¦½®ñ®êó 398/2015 ¸ñ−¦÷¡, ¸ñ−êó 5 ´ò«÷−¾ 2015

¦¾ì½®¾−

¢È¾¸²¾¨Ã−¯½Àê© Îɾ
* ຮສສ ສ້າງໂອກາດໃຫ້ແຮງງານ ເຂົາ້ ເຖິງວຽກເຮັດງານທໍາ .......................................... 02
ັ ງານພິເສດ ລາວ-ຫວຽດນາມ ................................................................
* ຄະນະປະຕິບດ 02
* ເປີດນໍາໃຊ້ ຫ້ອງການໄອຍະການເຂດ I ສາລະວັນ-ອັດຕະປື ....................................... 03
* ພັກ-ລັດ ຖືສາໍ ຄັນສ້າງແພດຜະດຸງຄັນ ........................................................................... 03
* ນິທດ
ັ ສະການປືມ
້ ອ່ານ-ນິທານທໍາ ຄັງ
້ ທີ X.................................................................... 04
* ບ້ານຫວ້ຍແຫ່ ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ..................................................... 04
* ສະຫວັນນະເຂດ ເປີດບັນ ິ ການເມືອງ ..........................................................
້ ດໍາເນີນຊີວດ 05
ັ ເຄື່ອງຊ່ວຍເຫລືອ ..........................................
* ສາທາລະນະສຸກ ເມືອງຍົມມະລາດ ໄດ້ຮບ 05
* ປະຊາຊົນທີຮ
່ ບ ັ ການຊ່ວຍເຫລືອ ...........................................
ັ ຜົນກະທົບຈາກພາຍຸ ໄດ້ຮບ 05

¢È¾¸ªÈ¾¤¯½Àê©

* ອາຊີ-ເອີຣບ ່ ທະວີ ຮ່ວມມື ໃນຂົງເຂດ ແຫລ່ງນໍາ້ ...................................................


ົ ເພີມ 06
* ອາຊຽນ ຈະຈັດກອງປະຊຸມແກ່ງແຍ່ງ ຄັງ ່ ວຽດນາ ..........................................
້ ທີ 5 ຢູຫ 06
ຂາ່ ວສານປະເທດລາວ ວ ັນທີ 05/6/2015 ໜາ້ - 2
 

¢È¾¸²¾¨Ã−¯½Àê©

ຮສສ ສ້າງໂອກາດໃຫ້ແຮງງານ ເຂົາ້ ເຖິງວຽກເຮັດງານທໍາ


ຂປລ. ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ແຫ່ງສປປ ລາວ ໄດ້ໃຫ້ກຽດຕັດແຖບຜ້າ ເປີດງານມະຫາ
ກໍານັດພົບແຮງງານຄັ້ງທີV ຢ່າງເປັນທາງການໃນວັນທີ 5 ມິຖຸນາ 2015 ທີ່ຫໍປະຊຸມ ແຫ່ງຊາດ ນະຄອນຫລວງວຽງ
ຈັນ, ຊຶ່ງຈະດໍາເນີນໄປເປັນເວລາ2 ວັນ 5-6 ມິຖຸນາ 2015 ໂດຍການສະໜັບສະໜູນຈາກອົງການແຮງງານສາກົນ
ແລະ ບໍລິສັດໄອຈ໋ອບບໍລິການຈັດຫາງານ.
ທ່ານ ນາງ ອ່ອນຈັນ ທໍາມະວົງ ລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ:
ງານມະຫາກໍານັດພົບແຮງງານຄັ້ງນີ້ ໄດ້ມບ ີ ັນດາຫົວໜ່ວຍທຸລະກິດ, ຫົວໜ່ວຍການຜະລິດ,ໂຄງການລົງທຶນ, ຫົວໜ່ວຍ
ແຮງງານ, ວິສະຫະກິດບໍລິການຈັດງານ, ອົງການຈັດຕັ້ງພາກລັດ, ສະຖາບັນການສຶກສາ, ສູນຝຶກວິຊາຊີບ, ສະມາຄົມ
ອຸດສາຫະກໍາຕັດຫຍິບ ແລະ ເຟີນິເຈີ ເຂົ້າ ຮ່ວມ ຫລາຍກວ່າ 120 ຫົວໜ່ວຍ ແລະ ມີຄວາມຕ້ອງການແຮງງານເພື່ອ
ບັນຈຸເຂົ້າຕໍາແໜ່ງຫວ່າງເຖິງ 2 ພັນກວ່າຕໍາແໜ່ງ ຖືເປັນການເປີດກວ້າງ ດ້ານຂໍ້ມູນຂ່າວສານຕະຫລາດແຮງງານ ເຮັດ
ໃຫ້ກໍາລັງແຮງງານ ໄດ້ເຂົ້າເຖິງການມີວຽກເຮັດງານທໍາ ແລະ ຫົວໜ່ວຍແຮງງານຕ່າງໆ ກໍໄດ້ພົບປະ ປຶກສາຫາລືກັນ
ກ່ຽວກັບການຮັບສະໜັກງານ ແລະ ການພັດທະນາສີມືແຮງງານທີສ ່ ອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງ
ງານ.
ທ່ານ ນາງ ອ່ອນຈັນ ທໍາມະວົງ ກ່າວຕື່ມວ່າ: ນັບແຕ່ ປີ 2009 ເປັນຕົ້ນມາ, ຂະແໜງແຮງງານ ແລະ ສະຫວັດ
ດີການສັງຄົມ ໄດ້ຈັດງານມະຫະກໍານັດພົບແຮງງານມາແລ້ວ 4 ຄັ້ງ ຢູ່ນະຄອນ ຫລວງວຽງຈັນ ແລະ ຕ່າງແຂວງ, ມີຜູ້
ອອກແຮງງານທີ່ຫວ່າງງານ, ຜູ້ຕ້ອງການປ່ຽນວຽກໃໝ່ ແລະ ນັກຮຽນ-ນັກສຶກສາ ທີ່ຮຽນຈົບຈາກສະຖາບັນຕ່າງໆ
ເຂົ້າຮ່ວມຫລາຍກວ່າ 10 ພັນຄົນ ແລະ ມີບັນດາຫົວໜ່ວຍທຸລະກິດຕ່າງໆ ເຂົ້າຮ່ວມຈໍານວນຫລາຍ ອັນໄດ້ປະກອບ
ສ່ວນສໍາຄັນເຂົ້າໃນການສ້າງວຽກເຮັດງານທໍາ ໂດຍສະເພາະ ຜູ້ຊອກຫາວຽກເຮັດຈໍານວນຫລາຍ ໄດ້ຖືກບັນຈຸເຂົ້າເຮັດ
ວຽກ, ພ້ອມນີ້ ມີກໍາລັງແຮງງານຈໍານວນຫລາຍ ທີ່ໄດ້ເຂົ້າເຖິງສະຖາບັນການສຶກສາ, ສູນຝຶກວິຊາຊີບ ເພື່ອພັດທະ ນາ
ຄວາມຮູ້, ສີມືແຮງງານ ແລະ ຄວາມຊໍານານງານ ໄປຕາມກົນໄກຄວາມຕ້ອງການຂອງຕະຫລາດແຮງງານ./.

ຄະນະປະຕິບດ
ັ ງານພິເສດ ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມື
ຂປລ. ກອງປະຊຸມໃຫຍ່ ຄັ້ງທີ XX ລະຫວ່າງຄະນະປະຕິບັດງານພິເສດລັດຖະບານ ສປປ ລາວ ແລະ
ລັດຖະບານ ສສ ຫວຽດນາມ ໄດ້ເປີດຂຶ້ນເມືອ ່ ບໍ່ດົນນີ້, ໂດຍມີທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະ ມົນຕີຊ່ວຍ
ວ່າການກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານລາວ, ທ່ານ ພົນໂທ ຫງວຽນ ແທ່ງກຸງ
ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ພ້ອມ
ຄະນະນໍາຂັ້ນສູງຈາກສູນກາງ ແລະ ທ້ອງຖິ່ນຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມທັງສອງຝ່າຍ ໄດ້ແຈ້ງສະພາບການຮ່ວມມືລະຫວ່າງສອງຄະນະປະຕິບັດງານພິເສດລັດຖະບານ
ລາວ-ຫວຽດນາມໃນໄລຍະຜ່ານມາ ໂດຍສະເພາະແມ່ນການຊອກຫາ, ຂຸດຄົ້ນ ແລະ ເຄື່ອນຍ້າຍບັນດາອັດຖີທະຫານອາ
ສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີເ່ ສຍສະຫລະຊີວິດໃນປາງສົງຄາມ ຢູ່ລາວ ສົກປີ 2014-2015 ເຊິ່ງມາຮອດ
ປັດຈຸບັນຈໍານວນອັດຖິທີ່ຍັງຕົກຄ້າງຢູ່ລາວມີປະມານ 1.000 ກວ່າອັດຖິ, ສະເພາະລະດູແລ້ງສົກປີ 2014-2015 ສາ
ມາດຂຸດຄົ້ນໄດ້ 212 ອັດຖິ ເຖິງແມ່ນວ່າຈໍານວນດັ່ງກ່າວຈະຂາດຂໍ້ມູນຊັດເຈນ, ຢູ່ເຂດທຸລະກັນດານ, ຫ່າງໄກສອກ
ຫລີກ ແຕ່ສອງຝ່າຍກໍຍາດໄດ້ຜົນງານທີ່ໜ້າຍ້ອງຍໍ ຊົມເຊີຍ ແລະຈັດພິທີມອບ-ຮັບຢ່າງສົມກຽດ.
ຂາ່ ວສານປະເທດລາວ ວ ັນທີ 05/6/2015 ໜາ້ - 3
 
ດັ່ງນັ້ນເພື່ອສືບຕໍ່ການຮ່ວມດັ່ງກ່າວຈຶ່ງຮຽກຮ້ອງໃຫ້ແຕ່ລະຄະນະເອົາໃຈໃສ່ບາງບັນຫາ ເຊັ່ນ: ສືບຕໍ່ປະສານສົມ
ທົບຢ່າງແໜ້ນແຟ້ນລະຫວ່າງສອງຄະນະໃນການຊີ້ນໍາອໍານາດການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ, ກໍາລັງປະກອບອາ
ວຸດ ໃນການອໍານວຍຄວາມສະດວກໃຫ້ແກ່ໜ່ວຍເຕົ້າໂຮມອັດຖິຜູ້ເສຍສະຫລະຊີວິດ. ຈັດຕັ້ງໂຄສະນາ, ຂົນຂວາຍໃນ
ການຕອບສະໜອງຂໍ້ມູນທີ່ຈໍາເປັນ ແລະ ເພີ່ມທະວີຄວາມເປັນເຈົ້າການໃນການຊອກຫາ ແລະ ເກັບຂໍ້ມູນທີ່ຖືກຕ້ອງ, ຊັດ
ເຈນ, ເຄົາ ລົບຮີດຄອງປະເພນີ ແລະ ບໍ່ແຕະຕ້ອງເຖິງຄວາມເຊື່ອຂອງປະຊາຊົນທ້ອງຖິ່ນ, ເອົາໃຈໃສ່ປະຕິບັດເນື້ອໃນ
ຈິດໃຈຂອງບົດບັນທຶກຄັ້ງທີ XX ໃຫ້ມປ ີ ະສິດທິຜົນ ແລະ ປະກົດຜົນເປັນຈິງ./.

ເປີດນໍາໃຊ້ ຫ້ອງການໄອຍະການເຂດ I ສາລະວັນ-ອັດຕະປື


ຂປລ. ພິທີມອບ-ຮັບ ແລະ ເປີດນໍາໃຊ້ຫ້ອງການອົງການໄອຍະການປະຊາຊົນ ເຂດ I ແຂວງສາລະວັນ ແລະ
ແຂວງອັດຕະປື ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ ພາຍຫລັງການກໍ່ສ້າງສໍາເລັດສົມບູນ. ເປັນກຽດເຂົ້າຮ່ວມ ແລະ ຕັດ
ແຖບຜ້າໄຂຫ້ອງການດັ່ງກ່າວ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະ ຊາຊົນສູງສຸດ,
ທ່ານ ບຸນທຽມ ແກ້ວໄຊຍະວົງ ຄະນະປະຈໍາພັກແຂວງ, ປະທານສານປະຊາຊົນແຂວງສາລະວັນ, ທ່ານ ຫົວໜ້າ
ອົງການໄອຍະການປະຊາຊົນແຂວງ, ເຈົ້າເມືອງ, ຮອງເຈົ້າເມືອງ ພ້ອມດ້ວຍຫ້ອງການ, ຂະແໜງການຕ່າງໆທີ່
ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາປຸ່ນ ອາໄພຈິດ ຮອງຫົວໜ້າ ອົງການໄອຍະການປະຊາຊົນ ແຂວງສາລະວັນ ໄດ້ຂຶ້ນລາຍງານກ່ຽວ
ກັບສະພາບ ການກໍ່ສ້າງຫ້ອງການໄອຍະການປະຊາຊົນເຂດ I ທີຕ ່ ັ້ງຢູ່ເທສະບານເມືອງສາລະວັນ ໂຄງການດັ່ງກ່າວ ໄດ້
ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 16 ພຶດສະພາ 2012 ມາຮອດວັນທີ 24 ມີນາ 2015 ແມ່ນໄດ້ສໍາເລັດ 100% ລວມມູນ
ຄ່າການກໍ່ສ້າງທັງໝົດ 3 ຕື້ກວ່າກີບ ໂດຍມອບໃຫ້ພະນັກງານໄອຍະການປະຈໍາເຂດ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ຢ່າງມີ
ປະສິດທິຜົນ.
ສ່ວນໂຄງການກໍ່ສ້າງຫ້ອງການອົງການໄອຍະການປະຊາຊົນ ເຂດ I ເທສະບານເມືອງໄຊເສດຖາ ແຂວງອັດ
ຕະປື ທ່ານ ທອງສະຫວັດ ທິດດອງດີ ຮອງຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື ກໍໄດ້ລາຍງານໃຫ້ຮູ້
ວ່າ: ໂຄງການກໍ່ສ້າງຫ້ອງການຫລັງດັ່ງກ່າວ ໄດ້ເລີມ ່ ລົງມືກໍ່ສ້າງມາແຕ່ວັນທີ 15 ສິງຫາ 2012 ມາຮອດວັນທີ 2
ພຶດສະພາ 2015 ແມ່ນສໍາເລັດ 100% ມູນຄ່າການກໍ່ສ້າງທັງໝົດ 2 ຕື້ກວ່າກີບ ແລະ ໄດ້ຈັດພິທີມອບ-ຮັບ ໃຫ້ພະນັກ
ງານໄອຍະການເຂດ ເປັນຜູ້ຄຸ້ມຄອງນໍາໃຊ້ຕໍ່ໄປ.
ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄໍາເຫັນວ່າ: ໂດຍປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ ກໍຄື
ມະຕິ 03 ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ ໂດຍເລັ່ງໃສ່ 4 ແຜນງານໃນການກໍ່ສ້າງພື້ນ ຖານ
ໂຄງລ່າງ ໂດຍສະເພາະກໍ່ສ້າງອົງການໄອຍະການ ໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນອົງການໄອຍະການປະຊາຊົນ
ເຂດ. ປັດຈຸບັນມີ 40 ເຂດ ແລະ ໄດ້ຮັບອະນຸມັດໂຄງການກໍ່ສ້າງພຽງ 26 ເຂດໃນທົ່ວປະເທດ. ຜ່ານການຈັດຕັ້ງ
ປະຕິບັດສໍາເລັດແລ້ວ 14 ເຂດ ແລະ ອີກ 12 ເຂດ ສືບຕໍ່ປະຕິບັດໃຫ້ສໍາເລັດຕາມແຜນການ. ທ່ານ ໄຊຊະນະ ໂຄດ
ພູທອນ ຍັງຮຽກຮ້ອງໃຫ້ພະນັກງານທຸກຄົນ ເປັນເຈົ້າການ ໃນການນໍາ ໃຊ້ຫ້ອງການ ໃຫ້ມີຄວາມສະ ອາດງາມຕາ, ຈັດ
ກິດຈະກໍາປູກຕົ້ນໄມ້ອ້ອມຂ້າງສໍານັກງານ, ເພີ່ມທະວີ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະ ພາກສ່ວນ
ເຈົ້າໜ້າທີ່ຕໍາຫລວດ, ສານ, ອໍານາດການປົກຄອງເມືອງ ທີ່ຂຶ້ນກັບເຂດດັ່ງກ່າວ ເພື່ອເປັນການຍົກບົດບາດໃຫ້ສູງຂຶ້ນ
ກວ່າເກົ່າ./.

ພັກ-ລັດ ຖືສາໍ ຄັນສ້າງແພດຜະດຸງຄັນ


ຂປລ. ພັກ-ລັດຖະບານ ຖືເອົາການຊ່ວຍຊີວິດແມ່ ແລະ ເດັກ ເປັນບູລິມະສິດທີຈ ່ ະຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ
ເນື່ອງຈາກວ່າໃນທຸກໆປີແມ່ຍງ
ິ ຫລາຍຮ້ອຍຄົນ ເສຍຊີວິດຍ້ອນອາການສົນໃນໄລຍະຖືພາ ແລະ ເວລາເກີດລູກ. ສະນັ້ນ
ພັກ-ລັດຖະບານ ກໍຄື ກະຊວງສາທາລະນະສຸກ ຈຶ່ງມີນະໂຍບາຍ ແລະ ຍຸດທະສາດ ໂດຍເລັງໃສ່ສ້າງແພດຜະດຸງຄັນ ໃຫ້
ມີທັກສະ ແລະ ມີຄວາມຊໍານິຊໍານານ ເພື່ອຊ່ວຍຊີວິດແມ່ ແລະ ເດັກ ຄືດັ່ງຄໍາຂວັນທີ່ວ່າ “ລູກເກີດລອດ ແມ່ປອດໄພ”.
ຂາ່ ວສານປະເທດລາວ ວ ັນທີ 05/6/2015 ໜາ້ - 4
 
ທ່ານ ອາຈານ ນາງ ບົວໃບ ຊຸມພົນພັກດີ ຮອງອໍານວຍການວິທະຍາໄລ ວິທະຍາສາດສຸຂະພາບ ແຂວງສະ
ຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມືອ ່ ບໍ່ດົນນີ້ວ່າ: ປະຈຸບັນ ແຂວງສະຫວັນນະເຂດ ໄດ້ເລັ່ງໃສ່ການສ້າງແພດ
ຜະດຸງຄັນ ເພື່ອຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ໂດຍມີແຜນຫລຸດຜ່ອນອັດຕາການຕາຍຂອງແມ່ ຮອດປີ
2020 ຈະໃຫ້ຫລຸດລົງ 260 ຄົນຕໍ່ການເກີດມີຊີວິດ 100.000 ຄົນ ຫລື 260/100.000 ແລະ ອັດຕາການຕາຍຂອງ
ເດັກແມ່ນ 45/1.000. ໃນໄລຍະຜ່ານມາວິທະຍາໄລດັ່ງກ່າວ ສາມາດສ້າງແພດຜະດຸງຄັນໄດ້ 100 ກວ່າຄົນ ເພື່ອ
ຮັບປະກັນໃຫ້ແກ່ການເກີດທຸກຄັ້ງ ຕ້ອງໄດ້ຮັບການຊ່ວຍເກີດ ໂດຍແພດຜະດຸງຄັນ ທີ່ຜ່ານການຮໍ່າຮຽນ, ການຝຶກ
ອົບຮົມ ຫລື ມີຜູ້ຊ່ວຍເກີດທີ່ມຄ
ີ ວາມຊໍານິຊໍານານ.
ໃນແຜນຍຸດທະສາດສາກົນ ວ່າດ້ວຍສຸຂະພາບແມ່ ແລະ ເດັກ, ລັດຖະບານ ມີພັນທະໃນການສະໜອງແພດຜະ ດຸງຄັນ
ເພື່ອຮັບປະກັນການເຂົ້າເຖິງບ່ອນທີມ ່ ີຄວາມຕ້ອງການທີ່ສຸດ, ສ້າງໃຫ້ມີແພດຜະດຸງຄັນ ຈໍານວນ 1.500 ຄົນໃນປີ
2015 ດ້ວຍການຍົກລະດັບພະນັກງານເພດທີ່ມຢ ີ ູ່, ທັງຮັບສະໝັກ ແລະ ຝຶກອົບຮົມພະນັກງານແພດເຂົ້າໃໝ່. ພ້ອກັນນີ້,
ສປປ ລາວ ຍັງຈະເພີ່ມອັດຕາສ່ວນຂອງຄູ່ຜົວ-ເມຍ ໃຫ້ສາມາດເຂົ້າເຖິງການບໍລິການຄຸມກໍາເນີດແບບທັນ ສະໄໝ ແລະ
ເພີ່ມອັດຕາສ່ວນຂອງການເກີດລູກ ໂດຍແພດຜະດຸງຄັນ./.

ນິທດ
ັ ສະການປືມ
້ ອ່ານ-ນິທານທໍາ ຄັງ
້ ທີ X
ຂປລ. ເນື່ອງໃນໂອກາດງານບຸນນິທັດສະການປື້ມອ່ານ ໄດ້ໝູນວຽນມາບັນຈົບຄົບຮອບອີກຄັ້ງ ເພື່ອເຮັດໃຫ້
ວັນບຸນດັ່ງກ່າວ ມີເນື້ອໃນຄວາມໝາຍຄວາມສໍາຄັນຍິ່ງຂຶ້ນ ບໍ່ແມ່ນພຽງແຕ່ຝ່າຍຄາລະວາດ ແຕ່ຍັງລວມທັງພະສົງ
ສາມະເນນ ໃນບໍລິວານພະພຸດທະສາສະໜາ, ພໍ່ແມ່ປະຊາຊົນທົ່ວສັງຄົມ ໄດ້ຮູ້ເຖິງວຽກງານການສົ່ງເສີມ ການອ່ານ
ແລະ ການຈັດພິມປື້ມສໍາລັບເດັກ, ປື້ມທົ່ວໄປ ໃຫ້ເຫັນໄດ້ຄວາມສໍາຄັນຂອງການອ່ານ ແລະ ປູກຈິດ ສໍານຶກໃຫ້ມັກຮັກ
ການອ່ານຫລາຍຂຶ້ນ.
ນິທັດສະການປື້ມຄັ້ງທີ X (Book Festival) ປື້ມອ່ານ-ນິທານທໍາ ໄດ້ຈັດຂຶ້ນໃນວັນທີ 5-6 ມິຖຸນາ 2015
ທີ່ວັດສະພານທອງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໂດຍມີ ພຣະອາຈານໃຫຍ່ ດຣ. ເຫວດ ມະເສໄນ
ອົງການພຸດທະສາສະໜາສໍາພັນລາວ, ພຣະອາຈານ ເປ ແກ້ວແກ່ນຈັນ ເຈົ້າອະທິການ ວັດສະພານທອງເໜືອເຂົ້າຮ່ວມ
ພາຍໃນງານ ໄດ້ມີຮ້ານວາງສະແດງປື້ມ ເຊັ່ນ: ປື້ມທໍາມະ, ໜັງສືຜູກໃບລານ, ພະໄຕປີດົກ, ປືມ ້ ສໍາລັບເດັກ,
ນະວະນິຍາຍເລື່ອງສັ້ນ, ກາບກອນ ແລະ ປື້ມອ່ານທົ່ວໄປ.
ພ້ອມທັງຈັດກິດຈະກໍາ ມີການແຂ່ງຂັນເຫລົ່ານິທານ, ປາຖະກະຖາ, ຟອນ, ສະແດງລະຄອນ ຈາກນ້ອງ
ນັກຮຽນ ໂຮງຮຽນ ຊັ້ນປະຖົມ, ມັດທະຍົມ, ແຕ້ມຮູບ, ລະບາຍສີ ແລະ ອ່ານປື້ມ ເພື່ອເປັນການສ້າງຈິນຕະນາ ການໃຫ້
ນ້ອງນັກຮຽນ ນໍາອີກດ້ວຍ.

ບ້ານຫວ້ຍແຫ່ ກາຍເປັນຕົວເມືອງນ້ອຍໃນຊົນນະບົດ
ຂປລ. ເມື່ອບໍ່ດນ
ົ ມານີ້, ແຂວງຈໍາປາສັກໄດ້ຈັດພິທີປະກາດບ້ານຫ້ວຍແຫ່ ຫລັກ 21 ເມືອງບາຈຽງຈະເລີນສຸກ
ເປັນຕົວເມືອງນ້ອຍໃນຊົນນະບົດ ພອມທັງເປີດງານເທສະການໝາກໄມ້ສດ ົ ຂອງເມືອງ.
ໃນພິທີທ່ານ ສົມຫ່ວາງ ສຸກດາລິນ ນາຍບ້ານໆຫວ້ຍແຫ່ ຫລັກ 21 ໄດ້ຍົກໃຫ້ເຫັນວ່າ: ບ້ານຫ້ວຍແຫ່ຫລັກ
21 ແມ່ນມີເງື່ອນໄຂຄົບຖ້ວນ ແລະ ພ້ອມທີ່ເປັນຕົວເມືອງນ້ອຍໃນຊົນນະບົດ. ຜ່ານມາໄດ້ປັບປຸງລະບົບການເມືອງຢູ່
ຮາກຖານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ດ້ານພື້ນຖານໂຄງລ່າງທີ່ສໍາຄັນລ້ວນແລ້ວແຕ່ໄດ້ຮັບການປັບປຸງ ແລະ
ກໍ່ສ້າງຂຶ້ນ, ມີເສັ້ນທາງພາຍໃນບ້ານ, ນໍ້າປະປາ, ຕະຫລາດ, ສຸກສາລາ, ໂຮງຮຽນ ແລະ ສູນທົດລອງຜະລິດເບ້ຍໄມ້ກິນ
ໝາກ, ສ້າງໄດ້ຄອບຄົວຕົວແບບດ້ານການປູກຝັງ, ລ້ຽງສັດ, ການບໍລິການ, ພາຍໃນບ້ານມີພົນລະເມືອງທັງໝົດ
4.228 ຄົນ, ງ 2.174 ຄົນ, ມີ 795 ຄອບຄົວ,ປະຊາຊົນສ່ວນໃຫຍ່ຢຶດຖືອາຊີບປູກຝັງ, ການບໍລິການ ແລະ ຫັດຖະກໍາ,
ສະເລ່ຍລາຍຮັບຕໍ່ຫົວຄົນແມ່ນ 986 ໂດລາສະຫະລັດຕໍ່ຄົນຕໍ່ປີ.
ຂາ່ ວສານປະເທດລາວ ວ ັນທີ 05/6/2015 ໜາ້ - 5
 
ສໍາລັບການເປີດງານເທສະການໝາກໄມ້ສົດ ຈັດຂຶ້ນເປັນຄັ້ງທີ 11 ເພື່ອສົ່ງເສີມຊາວກະສິກອນໃຫ້ຜະລິດກະສິ
ກໍາເປັນສິນຄ້າ, ສະອາດປອດໄພ, ດຶງດູດນັກທ່ອງທ່ຽວ. ໃນງານບັນດາຊາວສວນ ແລະ ພາກສ່ວນຕ່າງໆໄດ້ນໍາເອົາຜະ
ລິດຕະພັນກະສິກໍາປະເພດໝາກໄມ້ສົດເຊັ່ນ: ໝາກຖົ່ວລຽນ, ໝາກກ້ວຍ, ໝາກນັດ,ໝາກມີ້, ໝາກເງາະ, ລໍາໄຍ ແລະ
ອື່ນໆ, ເຄື່ອງຫັດຖະກໍາໂອດ໋ອບເຂົ້າມາວາງສະແດງ, ແຂ່ງຂັນ, ວາງຂາຍຈໍານວນ 150 ຫ້ອງ./.

ສະຫວັນນະເຂດ ເປີດບັນ
້ ດໍາເນີນຊີວດ
ິ ການເມືອງ
ຂປລ. ກອງປະຊຸມກໍາເນີນຊີວິດການເມືອງປັວປຸງປົວແປງພາຍໃນພັກ ອ້ອມຂ້າງແຂວງສະຫວັນນະເຂດ ໄດ້
ຈັດຂຶ້ນໃນລະຫວ່າງວັນທີ 1-5 ມິຖຸນາ 2015 ນີ້, ໂດຍການເປັນປະທານຮ່ວມຂອງສະຫາຍ ດຣ. ສຸພນ ັ ແກ້ວມີໄຊ ເລ
ຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ, ສະຫາຍ ທອງສີ ອ້ວນລາສີ ຮອງປະທານກວດກາສູນກາງພັກ.
ກອງປະຊຸມໄດ້ພ້ອມພາກັນເຊື່ອມຊຶມບັນດາເອກະສານຄໍາສັ່ງແນະນໍາເພີ່ມເຕີມຂອງຄະນະເລຂາທິການສູນກາ
ງ ພັກ ວ່າດ້ວຍການດໍາເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ, ເອກະສານຝຶກຝົນຄຸນທາດການເມືອງ ແລະ
ຄຸນ ສົມບັດສິນທໍາປະຕິວັດ, ເອກະສານປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກຂັ້ນຕ່າງໆ, ເອກະສານກໍາແໜ້ນ
ມາດ ຖານຄະນະພັກ-ສະມາຊິກພັກ, ຂໍ້ຫ້າມສໍາລັບສະມາຊິກພັກ, ພ້ອມນັ້ນ ກອງປະຊຸມຍັງໄດ້ຄົ້ນຄວ້າບົດລາຍງານ
ພາກ I, II, III ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ນອກນີ້ ຜູ້ແທນກອງປະຊຸມໄດ້ດໍາເນີນຊີວິດການເມືອງ ຜ່ານ
ບົດສໍາຫລວດ ກວດກາ, ຕີລາຄາຕົນເອງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນເອງໃນໄລຍະຜ່ານມາ.
¢È¾¸¨ñ¤Á¥É¤Ã¹É»øɪˆ´¸È¾: Ã−¸ñ−êó 3 ´ò«÷−¾ 2015 ²½Á−¡Â¨ê¾êò¡¾−Œ¢ö−¦‰¤ (¨ê¢) Á¢¸¤®ðìò£¿Ä§, Ä©É
À¯ó©®ñ−©¿À−ó−§ó¸ò©¡¾−À´õº¤ À²ˆº¯ñ®¯÷¤¯ö¸Á¯¤²ñ¡Ã¹É−ñ®´œ´ó£¸¾´À¢˜´Á¢¤ ¡½¡¼´Ã¹ÉÁ¡È¡¾−À¯ó©¡º¤¯½
§÷´Ã¹¨È £˜¤ 8 Îȸ¨²ñ¡ê†¥½Ä©É¥ñ©¢›−Ã−´ÒÅ−š. Ã−¡º¤¯½§÷´, Ä©ÉÀ§ˆº´§ô´Àº¡½¦¾−ªÈ¾¤Å À¯ñ−ªí−: ®ö©ì¾¨
¤¾−¡¾− À´õº¤ ¢º¤ºö¤£½−½ ²ñ¡Á¢¸¤®ðìò£¿Ä§£˜¤êó VI, Àº¡½¦¾−¸È¾©É¸¨¡¾−»ñ®°ò©§º®¢º¤²½−ñ¡
¤¾−−¿²¾Œ £÷É´£º¤ªÒ¡¾−¯½ªò®ñ©Îɾꆡ¾−À´õº¤, Àº¡½¦¾−¡È¼¸¡ñ®£÷−¦ö´®ñ©¦ò−꿯½ªò¸ñ©¢º¤²½−ñ¡¤¾−
¦½´¾§ò¡²ñ¡Ã−²¾ 콡ò©¯È¼−Á¯¤ ÃÏÈ./.

ສາທາລະນະສຸກ ເມືອງຍົມມະລາດ ໄດ້ຮບ


ັ ເຄືອ
່ ງຊ່ວຍເຫລືອ
ຂປລ. ໃນວັນທີ 3 ມິຖຸນາ 2015 ຢູ່ທີ່ສະໂມສອນສາທາລະນະສຸກເມືອງຍົມມະລາດ ແຂວງຄໍາມ່ວນໄດ້ຈັດພິທີ
ມອບ-ຮັບເຄື່ອງຮັບໃຊ້ຫ້ອງການ ເພື່ອນໍາໃຊ້ເຂົ້າໃນວຽກງານບໍລິຫານ ຂອງຫ້ອງການສາທາລະນະສຸກເມືອງ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ໄດ້ຮັບການສະໜັບສະໜູນ ຈາກໂຄງການຄວບຄຸມພະຍາດຕິດຕໍ່ໄລຍະ 2 ໃນ
ນັ້ນປະ ກອບມີ ຄອມພີວເຕີ້ 3 ຊຸດ ມູນຄ່າ 13 ລ້ານກວ່າກີບ ເພື່ອນໍາໃຊ້ເຂົ້າໃນວຽກງານບໍລິຫານຄຸ້ມຄອງພາຍໃນ
ສຸກສາລາເມືອງ ແລະ ໂທລະໂຄ່ງ 2 ຊຸດ ມູນຄ່າ 3 ລ້ານກວ່າກີບ ແມ່ນມອບໃຫ້ບ້ານສາທາລະນະສຸກແບບຢ່າງຂອງ
ເມືອງຄື: ບ້ານໂພນສີ ແລະ ບ້ານປອມຄູນ./.

ປະຊາຊົນທີຮ
່ ັບຜົນກະທົບຈາກພາຍຸ ໄດ້ຮບ
ັ ການຊ່ວຍເຫລືອ
ຂປລ. ໃນວັນທີ 4 ມິຖຸນາ 2015 ທີ່ບ້ານນາເທີດ ເມືອງຍົມມະລາດ ແຂວງຄໍາມ່ວນ ທ່ານ ບຸນຈັນ ໄຊປັນຍາ
ຮອງເຈົ້າເມືອງຍົມມະລາດ ໄດ້ນໍາເອົາເຄື່ອງອຸປະໂພກບໍລິໂພກ ໄປມອບໃຫ້ປະຊາຊົນທີ່ປະສົບໄພພິບັດຈາກລົມພາຍຸ
ໂດຍເຄື່ອງທີ່ນໍາໄປມອບປະກອບມີອາຫານສໍາເລັດຮູບ ຈໍານວນ 30 ແກັດ ລວມມູນຄ່າ 1.200.000 ກີບ ເຊິ່ງເຄື່ອງ
ບໍລິໂພກດັ່ງກ່າວນີ້ແມ່ນໄດ້ມາຈາກງົບປະມານຂອງຫ້ອງວ່າການປົກຄອງເມືອງຍົມມະລາດ ພ້ອມດຽວກັນນີ້ ທາງພັກ
- ລັດ ກໍຄືການນໍາຂັ້ນເມືອງພ້ອມດ້ວຍບັນດາຫ້ອງການອ້ອມຂ້າງເມືອງ ແລະ ທຸກພາກສ່ວນໄດ້ພາກັນລົງໄປປົວແປງ
ແລະ ສ້າງເຮືອນຫລັງໃໝ່ໃຫ້ປະຊາຊົນ ເພື່ອເປັນທີ່ຢູ່ອາໄສຊົ່ວຄາວ ເຊິ່ງຄາດວ່າຈະສ້າງໃຫ້ສໍາເລັດພາຍໃນ 3 ວັນ./.
ຂາ່ ວສານປະເທດລາວ ວ ັນທີ 05/6/2015 ໜາ້ - 6
 

¢È¾¸ªÈ¾¤¯½Àê©
 

ອາຊີ-ເອີຣບ
ົ ເພີມ
່ ທະວີ ຮ່ວມມື ໃນຂົງເຂດ ແຫລ່ງນໍາ້
ຂປລ. ຕາມຂ່າວVOV , ເຈົ້າໜ້າທ່ີ ຫວຽດນາມ ໃຫ້ຮູ້ວາ່ ກະຊວງການຕ່າງປະເທດ ຫວຽດນາມ ຮ່ວມກັບ
ປະເທດ ສະມາຊິກອາຊີ-ເອີຣົບ ຫລື ASEM ໄດ້ຮ່ວມກັນ ຈັດງານສໍາມະນາ ASEM ຂຶ້ນຢູ່ ແຂວງເບັ໋ນແຈ ຂອງ
ຫວຽດນາມ ໂດຍມີບັນດາຜູ້ແທນ 180 ຄົນ ທ່ີມາຈາກ 53 ປະເທດສະມາຊິກ ASEM ແລະ ອົງການຕ່າງໆເຂົ້າຮ່ວມ.
ຈຸດປະສົງຕົ້ນຕໍ ຂອງງານສໍາມະນາຄັ້ງນີ້ ແມ່ນເພື່ອປົກປ້ອງແຫລ່ງນໍ້າ, ຊຸກຍູ້ກົນໄກຮ່ວມມື ກ່ຽວກັບ ແມ່ນໍ້າ
ຂອງ -ດານູບ ໃນຂອບການສົນທະນາ ASEM ເພື່ອພັດທະນາ ແບບຍືນຍົງ, ສືບຕໍ່ປະຕິບັດ ວຽກງານການຈັດຫາ
ແຫລ່ງນໍ້າ ເພື່ອ ກໍານົດ ລະບຽບ ວາລະກອງປະຊຸມ ພາຍຫລັງປີ 2015 ໂດຍດໍາເນີນໄປຕາມ ຄວາມລິເລີ່ມ ຂອງ
ສະຫະພາບເອີຣົບ ຫລື EU ແລະ 7 ປະເທດສະມາຊິກ ດານູບ(ປະກອບດ້ວຍ ຮົງກາຣີ, ຣູມານີ, ບຸນກາລີ, ລາວ, ໄທ,
ສະໂລວາກີ ແລະ ຫວຽດນາມ, ເຊິ່ງເປັນກິດຈະກໍາ ປະຈໍາປີ ໃນຂອບກົນໄກການສົນທະນາ./.

ອາຊຽນ ຈະຈັດກອງປະຊຸມແກ່ງແຍ່ງ ຄັງ


້ ທີ 5 ຢູຫ
່ ວຽດນາມ
ຂປລ. ອ້າງຕາມການລາຍງານ ຂອງສໍານັກງານ ເລຂາອາຊຽນ ປະຈໍາ ຈາກາຕາ ໃຫ້ຮູ້ວ່າ ອາຊຽນ ຈະຈັດ
ກອງປະຊຸມແກ່ງແຍ່ງ ອາຊຽນ(ACC) ຄັ້ງທີ 5 ຂຶ້ນຢູ່ ນະຄອນ ໂຮ່ຈີມິງ ປະເທດຫວຽດນາມ ໃນວັນທີ 4-5 ເດືອນ
ມິຖຸນາ ພາຍໃຕ້ຫົວຂໍ້ວ່າ “ ຊຸກຍູ້ກົດໝາຍ ແລະ ນະໂຍບາຍແກ່ງແຍ່ງ ໃນສົກປີ 2015: ຄວາມກ້າວໜ້າ, ໂອກາດ ແລະ
ການທ້າທາຍ”. ຈຸດປະສົງຕົ້ນຕໍ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອໃຫ້ບັນດາຜູ້ແທນ ປຶກສາຫາລື ບັນຫາຕ່າງໆ,ໃນນັ້ນ
ລວມມີສະພາບການແກ່ງແຍ່ງ ແລະ ບັນຫາທ່ີເກີດຂຶ້ນໃໝ່ ໃນອາຊຽນ, ຊຸກຍູ້ໃຫ້ເຂດນີ້ມີການແກ່ງແຍ່ງ, ຮັບຮູ້ ກ່ຽວກັບ
ການແກ່ແຍ່ງ ກໍຄື ການກ້າວໄປສູ່ ການພັດທະນາພາຍຫລັງປີ 2015.
ຄາດວ່າ, ກອງປະຊຸມຄັ້ງນີ້ ຈະກໍ່ສ້າງ ແລະ ປັບປຸງການຮັບຮູ້ໃນພາກພື້ນ ກ່ຽວກັບຄວາມສໍາຄັນຂອງນະໂຍ
ບາຍ ແລະ ກົດໝາຍ ການແກ່ງແຍ່ງ ໃຫ້ໄປຕາມທີດ ເພີມ ່ ທະວີ ເຊື່ອມຈອດເສດຖະກິດ ອາຊຽນ, ທ່າມກາງການແກ່ງ
ແຍ່ງ ຢ່າງແຂງແຮງ ເພື່ອຊຸກຍູ້ ການເຊື່ອມຈອດ ຕະຫລາດພາກພື້ນ ພາຍຫລັງການສ້າງຕັ້ງ ປະຊາຄົມເສດຖະກິດ
ອາຊຽນ(AEC) ໃນທ້າຍປີນີ້. /.

²ö¸²ñ−−ñ¡¢È¾¸ ¦¿−ñ¡¢È¾¸¦¾−¯½Àê©ì¾¸
Âê: 021 218159 Œ 212446
Á³ñ¡: 021 212446
E-mail: domnews@kpl.gov.la
ຂາ່ ວສານປະເທດລາວ ວ ັນທີ 05/6/2015 ໜາ້ - 7
 

You might also like